老挝文

ຕາມ​ຂ່າວ RCI: ວັນ​ທີ 30 ສິງຫາ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫວາງ​ສິຊ່ານ, ຮອງ​ນາຍົກລັດຖະມົນຕີຈີນຊີ້​ອອກ​ວ່າ, ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ​ຍັງ​ຈະ​ບໍ່​​ ​ດຳ​ເນີນ​ໄປ​ຢ່າງສະດວກ, ການ​ຊຸກ​ຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ພັດ​ທະ​ນາ​ແບບ​ຍືນ​ຍົງ ​ແລະ ​​ສະ​ໝ່ຳສະ​ເໝີ ຍັງ​ຄົງ​ແມ່ນ​ສິ່ງ​ທ້າ​ທາຍ​ຮ່ວມ​ທີ່​ປະ​ເທດ​ຕ່າງໆ​ຕ້ອງ​ປະ​ເຊີນ​ໃນ​ສະ​ເພາະ​ໜ້າ​ນີ້.

ທ່ານ​ຫວາງ​ສິຊ່ານ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ ​ໃນ​ເວລາ​ພົບ​ປະກັບ​ທ່ານ​ຄຣິສ​ໂຕ​ເຟີ ບອນດ໊ ​ແລະ ທ່ານ​ແຄຼ ​ເມັກ ​ຄາສ​ກິວ, ສະ​ມາ​ຊິກ​ວຸດ​ທິ​ສະພາສະຫະພັນ​ຂອງ​ລັດ​ມີ​ຊູຣີ ຂອງ​ອາ​ເມ​ລິ​ກາ. ທ່ານ​ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ຈະ​ພະ​ຍາ​ຍາມ​ຊຳ​ລະ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ສາມ​ດ້ານ, ຄື ການ​ຮັກສາການພັດທະນາເສດ​ຖະກິດ​​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ, ການ​ປັບປຸງ​ໂຄງ​ປະ​ກອບ​ເສດຖະກິດ ​ແລະ ການ​ຄຸ້ມ​ຄອງ​ໄພ​ເງິນ​ເຟີ້​ທີ່​ອາດ​ຈະ​ເກີດ​ຂຶ້ນ. ທ່ານ​ກ່າວ​ເນັ້ນວ່າ, ການ​ພົວ​ພັນ​ດ້ານ​ເສດຖະກິດ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແມ່ນ​ແໜ້ນ​ແຟ້ນ​ທີ່​ສຸດ, ສອງ​ຝ່າຍ​ຄວນ​​ພະຍາຍາມຮ່ວມ​ກັນ, ຕັ້ງ​ໜ້າ​ສ້າງ​ບັນ​ຍາ​ກາດ ​ແລະ ສະ​ພາບ​​ແວດ​ລ້ອມ​ທີ່​ດີ​ງາມ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ການ​ພົວ​ພັນ​ທີ່​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ​ແລະ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.

ທ່ານ​ບອນ​ດ໊ ​ແລະ ທ່ານ​ຄາ​ສກິວກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ສຳຄັນຫຼາຍ, ສອງ​ປະ​ເທດ​ຄວນ​ຮ່ວມ​ກັນ​ຕໍ່​ຕ້ານ​ລັດ​ທິ​ປົກ​ປ້ອງກາ​ນຄ້າ, ຍົກ​ເລີກ​ກຳ​ແພ​ງການ​ຄ້າ​ຢ່າງ​ແທ້​ຈິງ, ພະຍາຍາມ​ຊຸກ​ຍູ້​ໃຫ້ກາ​ນພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ພັດທະນາ​ຢ່າງ​ປອດ​ໃສ.
ຕອນຄ່ຳວັນ​ທີ 28 ສິງຫາ​ນີ້ ,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ການເຈລະຈາເສດຖະກິດລະດັບ​ສູງ​ຈີນ​ກັບຍີ່​ປຸ່ນຄັ້ງ​ທີ 3 ທີ່​ທ່ານ​ຫວາງ​ສີຊ່ານ,ຮອງ​ນາຍົກລັດຖະມົນຕີຈີນ​ແລະ​ທ່ານ​ກາ​ຊູ​ຢາ ​ໂອກາ​ດະ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ ​ເປັນ​ປະທານຮ່ວມ​ກັນ ​​ໄດ້ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ, ສອງ​ຝ່າຍ​ລົງ​ເລິກ​ຫາລື​ຫົວ​ຂໍ້​ທີ່​ມີ​ລັກ​ສະນະ​ມະຫາພາກ ຍຸດທະ​ສາດ​ແລະ​​ໄລຍະຍາວ​ທີ່​ກ່ຽວ​ພັນ​ເຖິງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ.  ວັນ​ທີ 29 ສິງຫາ​ນີ້, ​ໃນ​ເວລາ​ທ່ານ​ຈັ່ງ​ຈີ້​ເຟີ່ງ,ຫົວຫນ້າ​ຫ້ອງ​ການຄົ້ນ​ຄວ້າ​ເສດຖະກິດ​ຂອງ​ສະ​ຖາບັນຄົ້ນ​ຄວ້າ​ຍີ່​ປຸ່ນຂອງ​ສະພາ​ບັນດິດ​ວິທະຍາ ສາດ​ສັງຄົມ​ຈີນ​ ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂອງ​ວິທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ,ທ່ານ​ກ່າວ​ວ່າ,ຄວາມ​ຮັບ​ຮູ້​ທີ່​ສຳຄັນ​ແລະ​ຫມາກຜົນ​ລະອຽດ​ທີ່​ໄດ້​ຮັບ​ຈາກ​ການ​ສົນທະນາ​ເທື່ອ​ນີ້​ມີ​ບົດບາດ​ສຳຄັນ​ຕໍ່​ການ​ແກ້​ໄຂ​ບັນຫາ​ທີ່ຄົງຄ້າງ​ຢູ່​ໃນ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ,ຊຸກຍູ້​​ໃຫ້ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍກ້າວ​ໄປ​ຫນ້າ​ຕື່ມ​ອີກ.

  ​ໃນ​ເວລາ​ຕີ​ລາຄາ​ຫມາກຜົນຂອງ​ການ​ສົນທະນາ​ເທື່ອ​ນີ້, ທ່ານ​ຈັ່ງ​ຈີ່​ເຟີ່ງ​ ຫົວຫນ້າ​ຫ້ອງການ​ຄົ້ນຄວ້າ ເຫັນ​ວ່າ,ການ​ສົນທະນາ​ເທື່ອ​ນີ້​ໄດ້​ຮັບ​ຄວາມ​ຄື​ບຫນ້າ​ໃນ​ສອງ​ດ້ານ​ຄື:

"ການ​ພົວພັນ​ເສດຖະກິດ​ຈີນ​ຍີ່​ປຸ່ນ​ແມ່ນ​ມີທ່າ​ອຽງ​ທີ່​ພັດທະນາ​ຢ່າງ​ປອດ​ໃສ,​​​​​ແລະ​ມີ​ຄວາມສຳຄັນ​ທີ່​ສຸດຕໍ່ສອງ​ຝ່າຍ​​ທີ່​ເພີ່ມ​ການ​ສົນທະນາ​ລະດັບ​ສູງ​ໃຫ້​ຫຼາຍ​ຂຶ້ນ. ຖ້າເວົ້າສະເພາະກາ​ນສົນທະນາ​ເທື່ອ​ນີ້​ແລ້ວ​,ຫມາກຜົນທີ່​ຫນຶ່ງ​ແມ່ນ​ສອງ​ຝ່າຍ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ໃນ​ບັນຫາ​ທີ່​ສຳຄັນ​ຈຳນວນ​ຫນຶ່ງ,​ແລະ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຄວາມທີ່​ເປັນ​​ເອກະສັນ​ກັນ,ອັນທີ​ສອງກໍ່​ແມ່ນຫມາກຜົນ​ລະອຽດ,​ໃນ​ການ​ສົນທະນາ​ລະດັບ​ສູງ​ເທື່ອ​ນີ້, ຈີນກັບ​ຍີ່​ປຸ່ນ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື 7 ສະ​ບັບ,​​ເຊິ່ງກ່ຽວ​ພັນ​ເຖິງ​ຫຼາຍ​ດ້ານ​ ເຊັ່ນ: ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ,ອຸດສາຫະກຳ ການ​ທະນາຄານ,ການ​ອະນຸລັກປ່າ​ໄມ້​ແລະ​ອື່ນໆ"


ການສົນທະນາເສດຖະກິດລະດັບ​ສູງ​ລະ​ຫວ່າງ​ຈີນ​ກັບ​ຍີ່ປຸ່ນ​​ເທື່ອ​ນີ້​ແມ່ນ​ການ​ສົນທະນາຄັ້ງ​ທຳ​ອິດກ່ຽວ​ກັບ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເສດຖະກິດ​ພາຍຫຼັງ​ລັດຖະບານ​ຍີ່ປຸ່ນ​ຊຸດ​ໃໝ່​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໃນ​​ເດືອນ​ມິຖຸນາ​ປີ​ນີ້, ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ທີ່​ຮັບຜິດ​ຊອບ​ວຽກ​ງານ ເສດຖະກິດ​ແລະ​​ການ​ຕ່າງປະ​ເທດ​ຫຼາຍ​ທ່ານ​ຂອງ​ລັດຖະບານ​ສອງ​ປະ​ເທດ​​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ. ​ໃນ​ການສົນທະນາ, ຈີນ​ຍີ່ປຸ່ນ​ໄດ້​​ແລກປ່ຽນ​ທັດສະນະ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ວິທີ​ເຮັດ​ໃຫ້​ເສດຖະກິດ​ຟື້ນ​ຕົວ​ຂຶ້ນ, ການ​ຮ່ວມ​ມື​​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ການ​ຮ່ວມ​ມື​​ໃນພາກ​ພື້ນ​ແລະ​ສາກົນ​ເປັນ​ຕົ້ນ. ທ່ານ​ວາງ​ຊີ​ຊ່ານ, ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຕະຫຼາດ​ຈີນ​ມີ​ກຳລັງ​​ແຮງບົ່ມ​ຊ້ອນ​ຢ່າງ​​ໃຫຍ່ຫຼວງ, ຈະ​​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​​ເດັດດ່ຽວ, ​ແລະ​ສ້າງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ທີ່​ດີ​ໃຫ້​ແກ່​ບໍລິສັດ​ຕ່າງປະ​ເທດ. ຜູ້ຕາງໜ້າ​ຂອງ​ຍີ່ປຸ່ນ​​ໄດ້​ຢືນຢັນ​ວ່າການ​ພົວພັນ​ການ​ຮ່ວມ​ມື​ເພິ່ງ​ພາ​ແລະ​ອາ​ໄສ​ກັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ນັບ​ມື້​ນັບ​ໃກ້ຊິດ​ຂຶ້ນ, ​ແລະ​ຢາກ​ໃຫ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກວ່າ​ເກົ່າ.

​ໃນ​ເວລາ​ສັງ​ເກດ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນດ້ານ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ, ທ່ານ​ຈ່າງ​ຈີ້​ເຟີ​ງ​ເຫັນ​ວ່າ, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຍັງ​ມີ​ບັນຫາ​ໃນ​ສາມ​ດ້ານ:
ເບິ່ງ​ຈາກດ້ານ​ການ​ຄ້າ​ສອງ​ຝ່າຍ​ແລ້ວ​ເຫັນ​ວ່າ​ຍັງ​ມີສະພາບ​ແບບຂຶ້ນໆ​ລົງໆ​ເລື້ອຍໆ.​ເພາະວ່າ​ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ແລະ​ຍີ່​ປຸ່ນ​ແມ່ນ​ຫລາຍ​ທີ່​ສຸດ,ຖ້າ​ຢາກ​ໃຫ້​ມີ​ການ​ເຕີບ​ໂຕ​ຢ່າງ​ໃຫຍ່​ແມ່ນ​ຍາກ​ຫລາຍ,ຕົ້ນຕໍ​ແມ່ນ​ຍ້ອນ​ວ່າສອງ​ປະ​ເທດ​ມີ​ບັນຫາ​ໃນ​ດ້ານ​ໂຄງ​ປະກອບ​ການ​ຄ້າ,ບໍ່​ມີ​ໂຄງການ​ໃຫຍ່​ທີ່​​ເປັນ​ການ​ຊັກ​ນຳ​ໄດ້.ບັນຫາ​ທີ​ສອງ​ແມ່ນ​ການ​ລົງທຶນ​ຂອງ​ຍີ່​ປຸ່ນທີ່ຢູ່​ຈີນ​ນັ້ນຫລຸດ​ຫນ້ອຍ​ລົງ​ແລະ​ຕົກ​ຢູ່​ໃນ​ສະພາບ​ຕ່ຳ.ບັນຫາ​ທີ​ສາມ​ຄື​ໃນ​ການ​ຄ້າ​ລະຫວ່າງ​ຈີນ​ຍີ່​ປຸ່ນ,ການ​ຂາດ​ດຸນ​ເປັນ​ເວລາ​ຍາວ​ນານ​ຂອງ​ຝ່າຍ​ຈີນ,​ເຖິງ​ວ່າ​ບໍ່​ໄດ້​ຂົ່ມ​ຂູ່​ເຖິງ​ການ​ພົວພັນ​ການ​ຄ້າ​ຈີນ​ຍີ່​ປຸ່ນກໍ່ຕາມ, ​ແຕ່​ຖ້າສະພາບ​ແນວ​ນີ້​ສືບ​ຕໍ່​ໄປກໍ່​ຈະ​ກະທົບ​ເຖິງ​ກາ​ນຂະຫຍາຍຕົວ​ຢ່າງ​ປອດ​ໄສ​ຂອງ​ການ​ຄ້າ​ຈີນ​ແລະ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ.
ທ່ານ​ຈ່າງ​ຈີ້​ເຟິ່ງ​ເຫັນ​ວ່າ,ການເຫັນດີຮ່ວມ​ກັນ​ທີ່​ສອງ​ຝ່າຍ​ບັນລຸ​ໄວ້​ໃນ​ການ​ສົນທະນາເທື່ອ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ທີ່​ມີ​ຢູ່​ໃນ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.ທ່ານ​ກ່າວ​ວ່າ:

ການ​ສົນທະນາລະດັບ​ສູງ​ທາງ​ດ້ານ​ເສດຖະກິດ​ຈີນ​ຍີ່​ປຸ່ນ​ເທື່ອ​ນີ້​ກ່ອນ​ອື່ນ​ແມ່ນ​ເຈົ້າຫນ້າທີ່ລະດັບ​ສູງ​ສຸດ​ຂອງ​ສອງປະ​ເທດ​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນເອກະສັນກັນ,ອັນ​ໄດ້​ສ້າງ​ເງື່ອນ​ໄຂທີ່​ດີ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ​ລະອຽດ,ສອງ​ຝ່າຍ​ລ້ວນ​ແຕ່​ມີ​ຄວາມ​ປາຖະຫນາ​ທີ່​ຊຸກ​ຍູ້​ການ​ຄ້າ​ສອງ​ຝ່າຍ​ແລະ​ການ​ລົງ​ທຶນ​ຂອງ​ສອງ​ຝ່າຍ​ຂະຫຍາຍຕົວ​ຕື່ມ​ອີກ,​ເມື່ອ​ມີ​ບັນຍາກາດ​ອັນ​ດີ​ຄື​ແນວ​ນີ້​ແລ້ວ, ກໍ່​ຈະ​ມີ​ຜົນ​ດີທີ່​ສຸດ​ຕໍ່​ການ​ຜ່ອນຄາຍ​ແລະ​ແກ້​ໄຂ​ບັນຫາ​ເຫລົ່ານີ້.

 

  • 0
    点赞
  • 0
    收藏
    觉得还不错? 一键收藏
  • 0
    评论
评论
添加红包

请填写红包祝福语或标题

红包个数最小为10个

红包金额最低5元

当前余额3.43前往充值 >
需支付:10.00
成就一亿技术人!
领取后你会自动成为博主和红包主的粉丝 规则
hope_wisdom
发出的红包
实付
使用余额支付
点击重新获取
扫码支付
钱包余额 0

抵扣说明:

1.余额是钱包充值的虚拟货币,按照1:1的比例进行支付金额的抵扣。
2.余额无法直接购买下载,可以购买VIP、付费专栏及课程。

余额充值